ຫົວຂໍ້ ຝຶກອົບຮົມ
ຫຼັກສູດຝຶກອົບຮົມວິຊາຊີບສຳລັບນັກບັນຊີ, ນັກກວດສອບ ແລະ ຜູ້ບໍລິຫານການເງິນ
ລ
1.ການອອກແບບ ແລະ ສ້າງລະບົບ ການບໍລິຫານຄຸນນະພາບ ສຳລັບ ວິສາຫະກິດກວດສອບຂະໜາດນ້ອຍ ຕາມມາດຕະຖານສາກົນ (ISQM1&2, ISA220)
ມາດຕະຖານການບໍລິຫານຄຸນນະພາບ
ການເຂົ້າໃຈມາດຕະຖານສາກົນສຳລັບການບໍລິຫານຄຸນນະພາບໃນວິສາຫະກິດກວດສອບຂະໜາດນ້ອຍ
ການປະເມີນຄວາມສ່ຽງຄຸນນະພາບ
ວິທີການລະບຸ ແລະ ປະເມີນຄວາມສ່ຽງທີ່ອາດສົ່ງຜົນກະທົບຕໍ່ຄຸນນະພາບຂອງການກວດສອບ
ການຕອບໂຕ້ກັບຄວາມສ່ຽງ ແລະ ການສ້າງນະໂຍບາຍ ແລະ ມາດຕະການຕ່າງໆ
ການພັດທະນານະໂຍບາຍ ແລະ ຂັ້ນຕອນເພື່ອຈັດການກັບຄວາມສ່ຽງທີ່ລະບຸໄດ້
ການສື່ສານນະໂຍບາຍ ແລະ ລະບົບບໍລິຫານຄຸນນະພາບ
ວິທີການສື່ສານລະບົບຄຸນນະພາບໃຫ້ພະນັກງານທຸກຄົນເຂົ້າໃຈ ແລະ ປະຕິບັດຕາມ
ການຕິດຕາມການຈັດຕັ້ງປະຕິບັດລະບົບ
ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດລະບົບບໍລິຫານຄຸນນະພາບ
ເວລາຝຶກອົບຮົມ 12 ຊົ່ວໂມງ
2.IFRS ມາດຕະຖານສາກົນວ່າດ້ວຍການເປີດເຜີຍຂໍ້ມູນດ້ານຄວາມຍືນຍົງ S1 ແລະ S2
IFRS S1 General Requirements for Disclosure of Sustainability-related Financial Information and IFRS S2 Climate-related disclosure
ເຂົ້າໃຈມາດຕະຖານ ISSB
ການສືກສາຫຼັກການ ແລະ ຂໍ້ກຳນົດຂອງມາດຕະຖານສາກົນວ່າດ້ວຍການເປີດເຜີຍຂໍ້ມູນດ້ານຄວາມຍືນຍົງ
ເຂົ້າໃຈວິທີການນຳໃຊ້ມາດຕະຖານ ISSB
ການຮຽນຮູ້ວິທີການນຳໃຊ້ມາດຕະຖານໃນການລາຍງານຂໍ້ມູນດ້ານຄວາມຍືນຍົງຂອງອົງກອນ
ກໍານົດຂັ້ນຕອນໃນການພັດທະນາແຜນການເປີດເຜີຍຂໍ້ມູນ:
(ກ) ການກະກຽມ
(ຂ) ການຈັດລ່ຽງ
(ຄ) ການນຳໃຊ້
(ງ) ການສື່ສານ
ການປະຕິບັດການພັດທະນາແຜນການເປີດເຜີຍຂໍ້ມູນ
ເວລາຝຶກອົບຮົມ 6 ຊົ່ວໂມງ
3.ການ ບັນຊີ ແລະ ການຄຸ້ມຄອງການເງິນໂຄງການ ແລະ ອົງການບໍ່ຫວັງຜົນກຳໄລ - ພ
າກທີ່ 1
Accounting and Financial Management for Projects and Non Profit Organizations -1
ພື້ນຖານບັນຊີ ແລະ ການຄຸ້ມຄອງການເງິນໂຄງການ
ຫຼັກການພື້ນຖານຂອງການບັນຊີ ແລະ ການຄຸ້ມຄອງການເງິນສຳລັບໂຄງການ ແລະ ອົງການບໍ່ຫວັງຜົນກຳໄລ
ຮອບວຽນການບັນຊີ-ການຄຸ້ມຄອງການເງິນ ແລະ ຮອບວຽນຂອງໂຄງການ
ການເຊື່ອມໂຍງລະຫວ່າງຮອບວຽນການບັນຊີ, ການຄຸ້ມຄອງການເງິນ ແລະ ຮອບວຽນຂອງໂຄງການ
ຫລັກການການຂື້ນແຜນງົບປະມານລວມ ແລະ ແຜນງົບປະມານກິດຈະກຳ
ວິທີການສ້າງແຜນງົບປະມານລວມ ແລະ ແຜນງົບປະມານກິດຈະກຳສຳລັບໂຄງການ
ການປະຕິບັດຕົວຈີງ ການຂື້ນຂື້ນແຜນງົບປະມານລວມ ແລະ ແຜນງົບປະມານກິດຈະກຳ
ການຝຶກປະຕິບັດຕົວຈິງໃນການສ້າງແຜນງົບປະມານລວມ ແລະ ແຜນງົບປະມານກິດຈະກຳ
ເວລາຝຶກອົບຮົມ 6 ຊົ່ວໂມງ
4. ການ ບັນຊີ ແລະ ການຄຸ້ມຄອງການເງິນໂຄງການ ແລະ ອົງການບໍ່ຫວັງຜົນກຳໄລ - ພາກທີ່ 2
Accounting and Financial Management for Projects and Non Profit Organizations - 2
ຮອບວຽນບັນຊີ ແລະ ການບັນທືກບັນຊີ
ການເຂົ້າໃຈຮອບວຽນບັນຊີ ແລະ ວິທີການບັນທືກບັນຊີທີ່ຖືກຕ້ອງສຳລັບອົງການບໍ່ຫວັງຜົນກຳໄລ
ການປິດບັນຊີທ້າຍເດືອນ, ໄຕມາດ ແລະ ປີ
ຂັ້ນຕອນ ແລະ ວິທີການປິດບັນຊີໃນແຕ່ລະໄລຍະ: ທ້າຍເດືອນ, ໄຕມາດ ແລະ ປີ
ການຄຸ້ມຄອງຊັບສົມບັດຄົງທີ່
ວິທີການຄຸ້ມຄອງ, ບັນທືກ ແລະ ຕິດຕາມຊັບສົມບັດຄົງທີ່ຂອງອົງການ
ການກະກຽມ, ການທົບທວນ ແລະ ວິເຄາະບົດລາຍງານ
ວິທີການກະກຽມ, ທົບທວນ ແລະ ວິເຄາະບົດລາຍງານການເງິນສຳລັບໂຄງການ ແລະ ອົງການບໍ່ຫວັງຜົນກຳໄລ
ການກະກຽມກ່ອນການກວດສອບບັນຊີຈາກພາຍນອກ
ຂັ້ນຕອນ ແລະ ເອກະສານທີ່ຕ້ອງກະກຽມກ່ອນການກວດສອບບັນຊີຈາກພາຍນອກ
ເວລາຝຶກອົບຮົມ 6 ຊົ່ວໂມງ
5.ການນຳໃຊ້ ລະບົບ ຄີວກບຸກອອນລາຍ
How to use QuickBook Online for Projects and Non Profit Organizations
ພື້ນຖານຂອງລະບົບ
ການເຂົ້າໂປແກມ
ພາບລວມຂອງໂປແກມບັນຊີ
ຂັ້ນຕອນການນຳໃຊ້
ການບັນທືກບັນຊີ
ການບັນທືກບັນຊີກ່ຽວກັບການຮັບເງິນ ແລະ ຜູ້ໃຫ້ທືນ
ການບັນທືກບັນຊີກ່ຽວກັບການຊື້ ແລະ ຜູ້ສະໜອງ
ການບັນທືກບັນຊີລາຍການອື່ນໆ
ການສົມທຽບບັນຊີຕ່າງໆ
ວິທີການສົມທຽບບັນຊີຕ່າງໆໃນລະບົບ QuickBook Online
ການຕັ້ງແຜນງົບປະມານ
ການສ້າງ ແລະ ຕິດຕາມແຜນງົບປະມານໃນລະບົບ
ການລາຍງານ
ການສ້າງ ແລະ ນຳໃຊ້ບົດລາຍງານຕ່າງໆໃນລະບົບ QuickBook Online
ເວລາຝຶກອົບຮົມ 6 ຊົ່ວໂມງ
6.ການບໍລິຫານຄວາມສ່ຽງຂອງການສໍ້ໂກງ
Fraud Risk Management
ພາລະບົດບາດໃນການບໍລິຫານຄວາມສ່ຽງການສໍ້ໂກງ
ການເຂົ້າໃຈບົດບາດ ແລະ ຄວາມຮັບຜິດຊອບໃນການບໍລິຫານຄວາມສ່ຽງການສໍ້ໂກງ
ການບໍລິຫານຄວາມສ່ຽງການສໍ້ໂກງໃນອົງກອນຂະໜາດນ້ອຍ
ວິທີການບໍລິຫານຄວາມສ່ຽງການສໍ້ໂກງທີ່ເໝາະສົມສຳລັບອົງກອນຂະໜາດນ້ອຍ
ການວິເຄາະຂໍ້ມູນ
ການນຳໃຊ້ການວິເຄາະຂໍ້ມູນເພື່ອຊອກຫາສັນຍານການສໍ້ໂກງທີ່ອາດເກີດຂື້ນ
ຕົວຢ່າງຂອງການປະເມີນຄວາມສ່ຽງການສໍ້ໂກງ
ຕົວຢ່າງຈາກຕົວຈິງຂອງການປະເມີນຄວາມສ່ຽງການສໍ້ໂກງໃນອົງກອນຕ່າງໆ
ເຄື່ອງມືໃນການບໍລິຫານຄວາມສ່ຽງການສໍ້ໂກງ
ການສືກສາເຄື່ອງມືຕ່າງໆທີ່ສາມາດນຳໃຊ້ໃນການບໍລິຫານຄວາມສ່ຽງການສໍ້ໂກງໃນອົງກອນ
ການບໍລິຫານຄວາມສ່ຽງໃນສະພາບແວດລ້ອມຂອງລັດຖະບານ
ການບໍລິຫານຄວາມສ່ຽງການສໍ້ໂກງ, ການສູນເສຍ ແລະ ຄວາມບໍ່ສອດຄ່ອງໃນສະພາບແວດລ້ອມຂອງລັດຖະບານ
ເວລາຝຶກອົບຮົມ 6 ຊົ່ວໂມງ
7.ການກວດສອບຕາມມາດຕະຖານສາກົນວ່າດ້ວຍການກວດສອບສຳລັບອົງກອນ ທີ່ມີຄວາມຊັບຊ້ອນໜ້ອຍ
ISA for LCE - ພາກທີ່ 1
ຫລັກການພື້ນຖານທົ່ວໄປ
ການເຂົ້າໃຈຫຼັກການພື້ນຖານທົ່ວໄປຂອງມາດຕະຖານສາກົນວ່າດ້ວຍການກວດສອບສຳລັບອົງກອນທີ່ມີຄວາມຊັບຊ້ອນໜ້ອຍ
ຫລັກຖານ ແລະ ເອກະສານ ການກວດສອບ
ການເຂົ້າໃຈຄວາມສຳຄັນຂອງຫຼັກຖານ ແລະ ເອກະສານການກວດສອບທີ່ຈຳເປັນ
ການບໍລິຫານຄຸນນະພາບການກວດສອບ
ວິທີການບໍລິຫານຄຸນນະພາບຂອງການກວດສອບໃຫ້ສອດຄ່ອງກັບມາດຕະຖານ
ການຮັບ ແລະ ການສືບຕໍ່ວຽກງານກວດສອບກັບລູກຄ້າ
ຂັ້ນຕອນ ແລະ ການພິຈາລະນາໃນການຮັບ ແລະ ການສືບຕໍ່ວຽກງານກວດສອບກັບລູກຄ້າ
ການວາງແຜນການກວດສອບ
ວິທີການວາງແຜນການກວດສອບທີ່ມີປະສິດທິພາບສຳລັບອົງກອນທີ່ມີຄວາມຊັບຊ້ອນໜ້ອຍ
ເວລາຝຶກອົບຮົມ 6 ຊົ່ວໂມງ
8.ການກວດສອບຕາມມາດຕະຖານສາກົນວ່າດ້ວຍການກວດສອບສຳລັບອົງກອນ ທີ່ມີຄວາມຊັບຊ້ອນໜ້ອຍ
ISA for LCE - ພາກທີ່ 2
ການປະເມີນຄວາມສ່ຽງ
ວິທີການປະເມີນຄວາມສ່ຽງໃນການກວດສອບອົງກອນທີ່ມີຄວາມຊັບຊ້ອນໜ້ອຍ
ການຕອບໂຕ້ກັບຄວາມສ່ຽງ
ວິທີການຕອບໂຕ້ທີ່ເໝາະສົມຕໍ່ຄວາມສ່ຽງທີ່ໄດ້ລະບຸໃນຂັ້ນຕອນການປະເມີນ
ການສະຫລຸບສັງລວມຜົນການກວດສອບ
ວິທີການສະຫຼຸບສັງລວມຜົນການກວດສອບທີ່ມີປະສິດທິພາບ
ການອອກຄຳເຫັນ ແລະ ການລາຍງານ
ຂັ້ນຕອນ ແລະ ຂໍ້ພິຈາລະນາໃນການອອກຄຳເຫັນ ແລະ ການລາຍງານຜົນການກວດສອບ
ປະເພດຂອງຄຳເຫັນການກວດສອບ
ໂຄງສ້າງຂອງບົດລາຍງານການກວດສອບ
ການລາຍງານປະເດັນສຳຄັນ
ການກວດສອບກຸ່ມບໍລິສັດ
ວິທີການກວດສອບກຸ່ມບໍລິສັດທີ່ມີຄວາມຊັບຊ້ອນໜ້ອຍ
ການວາງແຜນການກວດສອບກຸ່ມບໍລິສັດ
ການປະສານງານກັບຜູ້ກວດສອບຂອງບໍລິສັດຍ່ອຍ
ການລວບລວມຜົນການກວດສອບຂອງກຸ່ມບໍລິສັດ
ເວລາຝຶກອົບຮົມ 6 ຊົ່ວໂມງ
9.ການນຳໃຊ້ ເອກະສານກວດສອບແບບອອນລາຍ Myworkpaper
ພາບລວມເອກະສານກວດສອບອອນລາຍ
ການເຂົ້າໃຈພາບລວມຂອງລະບົບເອກະສານກວດສອບອອນລາຍ Myworkpaper
ການສ້າງຟາຍກວດສອບ
ຂັ້ນຕອນໃນການສ້າງຟາຍກວດສອບໃໝ່ໃນລະບົບ
ການສ້າງ ໂຄ້ງສ້າງບົດລາຍງານການເງິນ
ວິທີການສ້າງໂຄງສ້າງບົດລາຍງານການເງິນໃນລະບົບ
ການຈັດການຂໍ້ມູນ
ການເອົາໃບດຸ່ນດ່ຽງເຂົ້າໃນລະບົບ
ການປັບປຸງວິທີການກວດສອບ
ການເອົາຟາຍອື່ນໆເຂົ້າໃນລະບົບ
ການບໍລິຫານວຽກກວດສອບ
ການມອບໝາຍວຽກກວດສອບ, ການຕິດຕາມວຽກຄືນ
ການສຳເລັດ ແລະ ການລ໋ອກ ເອກກະສານກວດສອບ
ເວລາຝຶກອົບຮົມ 6 ຊົ່ວໂມງ
10.ການນຳໃຊ້ ປັນຍາປະດິດ (AI) ສຳລັບນັກບັນຊີ
AI for accountant
ອະທິບາຍວິວັດທະນາການ ແລະ ຄວາມສໍາຄັນຂອງ AI
ການເຂົ້າໃຈວິວັດທະນາການຂອງປັນຍາປະດິດ ແລະ ຄວາມສຳຄັນຂອງມັນໃນໂລກປັດຈຸບັນ
ວິເຄາະຜົນສະທ້ອນຕໍ່ອາຊີບບັນຊີ
ການວິເຄາະຜົນກະທົບຂອງປັນຍາປະດິດຕໍ່ອາຊີບບັນຊີໃນປັດຈຸບັນ ແລະ ອະນາຄົດ
ສືກສາ AI ທົ່ວໄປ ແລະ ວິທີການທີ່ສາມາດຊ່ວຍເພີ້ມປະສິດທິພາບ
ການສືກສາເຄື່ອງມື AI ທົ່ວໄປ ແລະ ວິທີການທີ່ສາມາດຊ່ວຍເພີ່ມປະສິດທິພາບໃນການເຮັດວຽກບັນຊີ
ເຂົ້າໃຈບົດບາດທີ່ AI ນຳໃຊ້ໃນການກວດສອບ
ການເຂົ້າໃຈວິທີການທີ່ປັນຍາປະດິດສາມາດນຳໃຊ້ໃນຂະບວນການກວດສອບບັນຊີ
ການວິເຄາະຂໍ້ມູນຂະໜາດໃຫຍ່
ການກວດຫາຄວາມຜິດປົກກະຕິ
ການປະເມີນຄວາມສ່ຽງ
ປະເມີນບັນຫາດ້ານຈັນຍາບັນທີ່ກ່ຽວຂ້ອງ
ການປະເມີນບັນຫາດ້ານຈັນຍາບັນທີ່ກ່ຽວຂ້ອງກັບການນຳໃຊ້ປັນຍາປະດິດໃນວຽກງານບັນຊີ
ຄວາມເປັນສ່ວນຕົວຂອງຂໍ້ມູນ
ຄວາມໂປ່ງໃສຂອງຂະບວນການ
ຄວາມຮັບຜິດຊອບຕໍ່ຜົນໄດ້ຮັບທີ່ໄດ້ຈາກ AI
ເວລາຝຶກອົບຮົມ 6 ຊົ່ວໂມງ
11.ການຝຶກອົບຮົມມາດຕະຖານວ່າດ້ວຍການກວດສອບພາຍໃນ ສະບັບປັບປຸງ 2024
Training on Global Internal Audit Standards 2024
ຄວາມຮູ້ພື້ນຖານສຳຄັນ, ຈັນຍາບັນ ແລະ ການຄຸ້ມຄອງ
1
ພາບລວມມາດຕະຖານສາກົນວ່າດ້ວຍການກວດສອບພາຍໃນ
ພາບລວມກ່ຽວກັບມາດຕະຖານສະບັບປັບປຸງໃໝ່, ໂຄງສ້າງມາດຕະຖານ, ແລະ ການປ່ຽນແປງ ທີ່ສຳຄັນຈາກມາດຕະຖານສະບັບກ່ອນ.
ຄວາມສຳຄັນຂອງມາດຕະຖານໃນການສົ່ງເສີມຄວາມຕໍ່ເນື່ອງ ແລະ ຄຸນນະພາບໃນການກວດສອບພາຍໃນ.
2
ພາກທີ່ I: ຈຸດປະສົງຂອງການກວດສອບພາຍໃນ
ເຂົ້າໃຈເຖິງພາລະກິດ, ການສ້າງມູນຄ່າ, ແລະ ຫລັກການຂອງຄວາມເປັນອິດສະຫລະ ແລະ ຄວາມທ່ຽງທຳໃນການກວດສອບພາຍໃນ.
3
ພາກທີ່ II: ຈັນຍາບັນຄວາມເປັນມືອາຊິບຂອງການກວດສອບພາຍໃນ
ອະທິບາຍຄວາມສໍາຄັນຂອງຄວາມສັດຊື່ໃນການກວດສອບພາຍໃນ
ກໍານົດໄພຂົ່ມຂູ່ທີ່ເປັນໄປໄດ້ຕໍ່ຄວາມທ່ຽງທຳ ແລະ ການປົກປ້ອງທີ່ເຫມາະສົມ
ນຳໃຊ້ກອບເພື່ອຈັດການກັບຂໍ້ຂັດແຍ່ງດ້ານຜົນປະໂຫຍດ
ການຕອບໂຕ້ຢ່າງມີປະສິດທິຜົນຕໍ່ບັນຫາດ້ານຈັນຍາບັນ
ເວລາຝຶກອົບຮົມ 6 ຊົ່ວໂມງ
12.ການຝຶກອົບຮົມມາດຕະຖານວ່າດ້ວຍການກວດສອບພາຍໃນ ສະບັບປັບປຸງ 2024
Training on Global Internal Audit Standards 2024
ການບໍລິຫານໜ່ວຍງານກວດສອບ ແລະ ການວາງແຜນຍຸດທະສາດການກວດສອບ
1
ພາກທີ່ III: ການຄຸ້ມຄອງໜ່ວຍງານກວດສອບພາຍໃນ
ໂຄງສ້າງການຄຸ້ມຄອງ, ບົດບາດຂອງຄະນະກຳມະການກວດສອບ ແລະ ການບໍລິຫານລະດັບສູງ, ແລະ ການພັດທະນາກົດລະບຽບການກວດສອບພາຍໃນ.
2
ກໍລະນີສືກສາ
ການວິເຄາະສະຖານະການຕົວຈິງຂອງບໍລິສັດຕ່າງປະເທດທີ່ຕິດພັນກັບຄວາມທ້າທາຍໃນການ ຄຸ້ມຄອງ ແລະ ຈັນຍາບັນ. ການສະເໜີວຽກເປັນກຸ່ມ, ການສົນທະນາ ແລະ ການປະກອບຄຳເຫັນຕໍ່ຜົນການວິເຄາະ.
3
ສັງລວມ ແລະ ການຕອບຄຳຖາມ
ການສະຫຼຸບປະເດັນສຳຄັນຂອງການຝຶກອົບຮົມ ແລະ ການຖາມ-ຕອບ
4
ພາກທີ່ IV: ການບໍລິຫານໜ່ວຍງານງານກວດສອບພາຍໃນ
ການວາງແຜນຍຸດທະສາດການກວດສອບ, ການວາງແຜນການກວດສອບຕາມຄວາມສ່ຽງ, ການຄຸ້ມຄອງຊັບພະຍາກອນ ແລະ ການວັດແທກຜົນການດຳເນີນງານ.
ກໍລະນີສືກສາ ແລະ ການບໍລິຫານຄວາມສ່ຽງ
ການວາງແຜນຍຸດທະສາດການກວດສອບພາຍໃນ ລວມມີການກຳນົດ ແລະ ການຈັດລະດັບ ຄວາມສ່ຽງ.
ການເຂົ້າໃຈລະບົບການບໍລິຫານຄວາມສ່ຽງ; ການປະເມີນການຄວບຄຸມພາຍໃນ ແລະ ສັງລວມ ເຂົ້າໃນການວາງແຜນກວດສອບ.
ການຝຶກປະຕິບັດ ແລະ ສັງລວມ
ຝຶກປະຕິບັດການກວດສອບຕາມຄວາມສ່ຽງໂດຍເນັ້່ນໃສ່ການກຳນົດຄວາມສ່ຽງຫລັກ ແລະ ການປະເມີນການຄວບຄຸມ.
ການສະຫຼຸບປະເດັນສຳຄັນຂອງການຝຶກອົບຮົມ ແລະ ການຖາມ-ຕອບ
ເວລາຝຶກອົບຮົມ 6 ຊົ່ວໂມງ
13.ການຝຶກອົບຮົມມາດຕະຖານວ່າດ້ວຍການກວດສອບພາຍໃນ ສະບັບປັບປຸງ 2024
Training on Global Internal Audit Standards 2024
ການດຳເນີນການກວດສອບ ແລະ ການສື່ສານ
ພາກທີ່ V: ການປະຕິບັດການກວດສອບພາຍໃນ
ການວາງແຜນການກວດສອບສະເພາະ, ການດຳເນີນການກວດສອບ, ແລະການປະເມີນຄວາມສ່ຽງໃນການດຳເນີນການກວດສອບສະເພາະ ແລະ ການສັງລວມຜົນການກວດສອບ ແລະ ການຂຽນ ບົດລາຍງານ ແລະ ຄຳແນະນຳເພື່ອແກ້ໄຂຜົນການກວດສອບ
ກໍລະນີສືກສາ: ການຂຽນບົດລາຍງານການກວດສອບ
ການຝຶກວິທີການຂຽນບົດລາຍງານການກວດສອບໃຫ້ມີຄວາມຈະແຈ້ງ ແລະ ມີປະສິດທິຜົນ ລວມມີການເຮັດວຽກເປັນກຸ່ມໃນການຮ່າງ ແລະ ການປັບປຸງບົດລາຍງານການກວດສອບ.
ການປະເມີນຄວາມຮູ້ຜູ້ເຂົ້າຝຶກອົບຮົມ ແລະ ການປະກອບຄຳເຫັນ
ການປະເມີນຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ ແລະ ຄວາມສາມາດໃນການຕອບຄຳຖາມ ແລະ ການປະຕິບັດໃນສະຖານການແທ້ຈິງ ແລະ ການປຶກສາຫາລືສີ່ງທີ່ໄດ້ຮຽນຮູ້ ແລະ ແຜນໃນການຈັດຕັ້ງປະຕິບັດມາດຕະຖານ
ສັງລວມ ແລະ ການຕອບຄຳຖາມ
ການສະຫຼຸບປະເດັນສຳຄັນຂອງການຝຶກອົບຮົມ
ການຖາມ-ຕອບ
ເວລາຝຶກອົບຮົມ 6 ຊົ່ວໂມງ
14.Enterprise Risk Management (ERM) ການບໍລິຫານຄວາມສ່ຽງຂອງອົງກອນ
ພາກທີ 1: ພື້ນຖານຂອງການບໍລິຫານຄວາມສ່ຽງຂອງອົງກອນ
ພາກສະເໜີ ERM
ຄວາມເຂົ້າໃຈຜິດກ່ຽວກັບ ERM
ພາກທີ 2: ກອບການບໍລິຫານຄວາມສ່ຽງຂອງອົງກອນ COSO
20 ຫຼັກການຂອງ ERM
ພາກທີ 3: ການກຳນົດ ແລະ ການປະເມີນຄວາມສ່ຽງ
ປະເພດຄວາມສ່ຽງຂອງອົງກອນ
ວິທີການປະເມີນຄວາມສ່ຽງ
ພາກທີ 4: ການປະຕິບັດຕົວຈິງ - ເຄື່ອງມືຕາຕະລາງການກຳນົດ ແລະ ປະເມີນຄວາມສ່ຽງ
ການນຳໃຊ້ຕາຕະລາງຄວາມສ່ຽງຂອງອົງກອນ
ການຝຶກຫັດປະຕິບັດ: ການດຳເນີນການປະເມີນຄວາມສ່ຽງ
ຍຸດທະສາດການຕອບໂຕ້ກັບ ຄວາມສ່ຽງ
ເວລາຝຶກອົບຮົມ 6 ຊົ່ວໂມງ
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ